Terms and Conditions

1. ການຄຸ້ມຄອງໃນສັນຍາ
ຂໍ້ຕົກລົງແລະເງື່ອນໄຂໃນການບໍລິການ (Term and Conditions) ຈະຄຸ້ມຄອງການເຂົ້າເຖີງຫຼືການໃຊ້ງານແອບພິເຄຊັ່ນ (Application) ແພັດຟອມ (Platform) ເທັກໂນໂລຢີ ສິນຄ້າ ເວັບໄຊ ແລະ ການບໍລິການ (ຈະເອີ້ນວ່າ “ບໍລິການ”) ທີ່ພັດທະນາໂດຍ “ບໍລິສັດ ລາວທານີ ກົນຈັກໜັກ ຈຳກັດຜູ້ດຽວ” ພາຍໃຕ້ຍີ່ຫໍ້ “Blue Dot” ມີຫ້ອງການໃຫຍ່ຢູ່ທີ ກມ 7, ຖະໜົນໄກສອນພົມວິຫານ (13 ໃຕ້), ບ້ານສີວິໄລ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ (ຈະເອີ້ນວ່າ “ບຼູດອດ”)
ຜູ້ໃຊ້ບໍລິການ ຕ້ອງອ່ານຂໍ້ຕົກລົງແລະເງື່ອນໄຂການໃຊ້ບໍລິການ ກ່ອນທີ່ຈະລົງທະບຽນເພື່ອສະມັກນຳໃຊ້ບັນຊີ
2. ຂໍ້ກຳໜົດທົ່ວໄປ
2.1 ຜູ້ຊົມໃຊ້ບໍລິການ ໄດ້ເຫັນດີຕົກລົງທີ່ຈະປະຕິບັດຕາມຂໍ້ຕົກລົງແລະເງື່ອນໄຂການໃຫ້ບໍລິການ ການນຳໃຊ້ບໍລິການຂອງທາງເຮົາ ຖືວ່າເປັນການຍອມຮັບເງື່ອນໄຂການໃຫ້ບໍລິການນີ້ ໂດຍ “ບຼູດອດ” ອາດມີການແກ້ໄຂຫຼືເພີ່ມຕື່ມເງື່ອນໄຂການໃຫ້ບໍລິການໄດ້ ໂດຍ “ບຼູດອດ” ຈະແຈ້ງໃຫ້ຜູ້ຊົມໃຊ້ບໍລິການຮັບຮູ້ ແລະ ການນໍາໃຊ້ຕໍ່ໄປ ພາຍຫຼັງມີການແກ້ໄຂຫຼືເພີ່ມຕື່ມແລ້ວ ຖືວ່າເປັນການຍອມຮັບການແກ້ໄຂຫຼືເພີ່ມຕື່ມໃນແຕ່ລະຄັ້ງ
2.2 “ບຼູດອດ” ຂໍຮັກສາສິດໃນການປັບປ່ຽນຫຼືຍົກເລີກການບໍລີການຫຼືສ່ວນໃດສ່ວນໜື່ງ ບໍ່ວ່າຈະເປັນການຊົ່ວຄາວຫຼືຖາວອນ ໂດຍ “ບຼູດອດ” ຈະມີການແຈ້ງໃຫ້ຮັບຮູ້ລ່ວງໜ້າ
3. ການນຳໃຊ້ບໍລິການ
3.1 ຜູ້ຊົມໃຊ້ບໍລິການເປັນບຸກຄົນທົ່ວໄປ ທີ່ມີອາຍຸ 18 ປີຂື້ນໄປເທົ່ານັ້ນ ທີ່ຈະສາມາດລົງທະບຽນເພື່ອສະໝັກນຳໃຊ້ບັນຊີໄດ້
3.2 ການລົງທະບຽນເພື່ອສະໝັກນຳໃຊ້ ຈຳເປັນຕ້ອງໃຫ້ຜູ້ຊົມໃຊ້ບໍລິການສົ່ງຂໍ້ມູນສ່ວນໂຕບາງຢ່າງ ເຊັ່ນ ເບີໂທລະສັບ ອີເມວ ເປັນຕົ້ນ ໂດຍຜູ້ຊົມໃຊ້ບໍລິການເຫັນດີທີ່ຈະຮັກສາຂໍ້ມູນໃນບັນຊີໃຫ້ຖືກຕ້ອງເປັນປະຈຸບັນແລະຄົບຖ້ວນ ຫາກຜູ້ຊົມໃຊ້ບໍລິການບໍ່ປະຕິບັດຕາມ ອາດຈະບໍ່ສາມາດນຳໃຊ້ບໍລິການໄດ້ ແລະທາງ “ບຼູດອດ” ສາມາດຍົກເລີກບັນຊີຂອງຜູ້ຊົມໃຊ້ບໍລິການໄດ້
3.3 ຜູ້ຊົມໃຊ້ບໍລິການຈະຕ້ອງຮັບຜິດຊອບການກະທຳທັງໝົດພາຍໃຕ້ບັນຊີທີ່ໄດ້ສະໝັກໃຊ້ບໍລິການແລະຈະຕ້ອງເກັບຮັກສາຊື່ບັນຊີຜູ້ໃຊ້ງານແລະລະຫັດຜ່ານໄວ້ເປັນຄວາມລັບສະເໝີ ແລະບໍ່ເຜີຍແຜ່ຫຼືເຮັດໃຫ້ຜູ້ອື່ນຮັບຮູ້ຊື່ບັນຊີຜູ້ໃຊ້ງານແລະລະຫັດຜ່ານ ຜູ້ຊົມໃຊ້ຍອມຮັບວ່າຖ້າມີການກະທຳອັນໃດ ໂດຍນຳໃຊ້ລະຫັດຜ່ານຂອງຜູ້ຊົມໃຊ້ບໍລິການ ໃຫ້ຖືວ່າເປັນການກະທຳໂດຍຕົວຂອງຜູ້ຊົມໃຊ້ບໍລິການເອງທຸກຢ່າງ
3.4 ຜູ້ຊົມໃຊ້ບໍລິການຍິນຍອມໃຫ້ສົ່ງຂໍ້ຄວາມ (SMS) ແລະສົ່ງອີເມວ (Email) ແລະໃນການສົ່ງນີ້ເປນັສ່ວນໜື່ງຂອງການນຳໃຊ້ທົ່ວໄປຂອງການບໍລິການ
3.5 ຜູ້ຊົມໃຊ້ບໍລິການຈະເປັນຜູ້ຮັບຜິດຊອບໃນການເຂົ້າເຖີງເຄືອຂ່າຍຂໍ້ມູນສຳລັບການໃຊ້ບໍລິການ
4. ການຈ່າຍເງີນ
ຜູ້ຊົມໃຊ້ບໍລິການຈະຕ້ອງຈ່າຍຄ່າບໍລິການທີ່ລວມຄ່າພາສີອາກອນທີ່ກ່ຽວຂ້ອງຕາມກົດໝາຍກຳໜົດ (ຕໍ່ໄປນີ້ໃຫ້ເອີ້ນວ່າ “ຄ່າໃຊ້ຈ່າຍ”) ຫຼັງຈາກທີ່ໄດ້ຮັບການບໍລິການທັນທີ ໂດຍ “ບຼູດອດ” ຈະໃຫ້ຄວາມສະດວກໃນການຈ່າຍຄ່າໃຊ້ຈ່າຍຜ່ານຕົວແທນໃນການຮຽກເກັບເງີນຫຼືຫັກເງີນຈາກຖົງເງີນດິຈິຕອນ (ຕໍ່ໄປນີ້ໃຫ້ເອີ້ນວ່າ “Wallet”) ແລະຄ່າໃຊ້ຈ່າຍທີ່ຜູ້ຊົມໃຊ້ບໍລິການໄດ້ຈ່າຍ ຖືເປັນທີ່ສິ້ນສຸດແລະບໍ່ສາມາດຄືນເງີນໄດ້ ຫຼັງຈາກການຈ່າຍເງີນ “ບຼູດອດ” ຈະສົ່ງໃບຮັບເງີນຜ່ານທາງອີເມວຂອງບັນຊີຜູ້ຊົມໃຊ້ບໍລິການ ທັ້ງນີ້ “ບຼູດອດ” ຂໍຮັກສາສິດ ກໍາໜົດ/ປ່ຽນແປງຄ່າໃຊ້ຈ່າຍຕ່າງໆ ຕາມຄວາມເໝາະສົມ ແຕ່ພຽງຜູ້ດຽວ
5. ການຕື່ມເງີນ
5.1 ຊ່ອງທາງໃນການຕື່ມເງີນ ສາມາດຕື່ມເງີນໄດ້ຢ່າງສະດວກຜ່ານຕົວແທນໃນການຮຽກເກັບເງີນຫຼືຈຸດໃຫ້ບໍລິການ ໂດຍການຕື່ມເງີນມີຈຳນວນເງີນຂັ້ນຕ່ຳ 100.000 ກີບ ມູນຄ່າລວມໃນບັນຊີບໍ່ຈຳກັດ
5.2 ມູນຄ່າເງີນໃນ Wallet ສາມາດນຳມາໃຊ້ຈ່າຍຄ່າບໍລິການເທິງເວັບໄຊ https://bluedotlaos.la ເທົ່ານັ້ນ ບໍ່ສາມາດນຳໄປໃຊ້ກັບເວັບໄຊອື່ນໄດ້
5.3 ມູນຄ່າເງີນເຫຼືອໃນ Wallet ບໍ່ມີວັນໝົດອາຍຸ ແລະບໍ່ສາມາດແລກປ່ຽນເປັນເງີນສົດໄດ້
6. ພາສາ
ການແປເງື່ອນໄຂການໃຫ້ບໍລິການໃນເອກະສານນີ້ ບໍ່ວ່າຈະແປເປັນພາສາໃດກໍ່ຕາມ “ບຼູດອດ” ບໍ່ໄດ້ມີເຈດຕະນາທີ່ຈະປັບປ່ຽນເງື່ອນໄຂການໃຫ້ບໍລິການ ໃນກໍລະນີທີ່ມີຂໍ້ຄວາມຂັດແຍງກັນລະຫວ່າງເອກະສານພາສາລາວແລະພາສາອື່ນໆທີ່ບໍ່ແມ່ນພາສາລາວ ໃຫ້ອິງຕາມຂໍ້ຄວາມຕາມພາສາລາວ
7. ການຢຸດຫຼືຍົກເລີກບັນຊີຂອງຜູ້ຊົມໃຊ້ບໍລິການ
7.1 ຜູ້ຊົມໃຊ້ບໍລິການມີຄວາມຕ້ອງການຈະຍົກເລີກການໃຊ້ບໍລິການ ຜູ້ຊົມໃຊ້ບໍລິການສາມາດດຳເນີນການໄດ້ດ້ວຍການສົ່ງອີເມວທີ່ລົງທະບຽນໄວ້ ໄປທີ່ evse_crm@laothani.com ຫຼືໃນຊ່ອງທາງທີ່ກໍາໜົດ ໂດຍຜູ້ໃຫ້ບໍລິການຈະດໍາເນີນການຢຸດຫຼືຍົກເລີກບັນຊີຫຼັງຈາກທີ່ໄດ້ຮັບອີເມວ ພາຍໃນໄລຍະເວລາ 1 ເດືອນ
7.2 “ບຼູດອດ” ຂໍຮັກສາສິດໃນການຢຸດຫຼືຍົກເລີກບັນຊີຜູ້ຊົມໃຊ້ບໍລິການ ໂດຍບໍ່ຈໍາເປັນຕ້ອງແຈ້ງໃຫ້ຜູ້ຊົມໃຊ້ບໍລິການຮັບຮູ້ລ່ວງໜ້າໃນກໍລະນີ ຕໍ່ໄປນີ້
7.2.1 ຜູ້ຊົມໃຊ້ບໍລິການບໍ່ຈ່າຍເງີນຫຼັງຈາກການໃຊ້ບໍລິການເປັນໄລຍະເວລາບໍ່ໜ້ອຍກວ່າ 1 ເດືອນ ຫຼື
7.2.2 ຜູ້ຊົມໃຊ້ບໍລິການໄດ້ເສຍຊີວິດ ຫຼື
7.2.3 ຜູ້ຊົມໃຊ້ບໍລິການມີການນຳໃຊ້ເອກະສານປອມ ຫຼື ໃຫ້ຂໍ້ມູນທີ່ບໍ່ເປັນຈິງໃນການລົງທະບຽນສະໝັກບັນຊີ ຫຼື
7.2.4 ຜູ້ຊົມໃຊ້ບໍລິການບໍ່ໄດ້ປະຕິບັດຕາມເງື່ອນໄຂອັນໃດອັນໜື່ງທີ່ກຳໜົດເອົາໄວ້ໃນເງື່ອນໄຂການໃຫ້ບໍລິການນີ້ ຫຼື
7.2.5 ຜູ້ຊົມໃຊ້ບໍລິການບໍ່ໄດ້ນຳໃຊ້ບໍລິການເປັນໄລຍະເວລາຕິດຕໍ່ກັນຫຼາຍກວ່າ 6 ເດືອນນັບແຕ່ວັນທີເຂົ້າໃຊ້ບໍລິການລ່າສຸດ ທັງນີ້ “ບຼູດອດ” ບໍ່ມີສ່ວນກ່ຽວຊ້ອງຫຼືຮັບຜິດຊອບໃນຄວາມເສຍຫາຍທີ່ຈະເກິິດຂື້ນທັງໝົດທີ່ມາຈາກການຢຸດຫຼືຍົກເລີກການໃຊ້ບໍລິການດັງກ່າວ
8. ການແຈ້ງຂໍ້ມູນຂ່າວສານ
ການແຈ້ງຂໍ້ມູນຂ່າວສານໃດໆກ່ຽວກັບການບໍລິການ “ບຼູດອດ” ຈະແຈ້ງຜ່ານທາງອີເມວຂອງບັນຊີຜູ້ຊົມໃຊ້ບໍລິການຕາມຄວາມເໝາະສົມ
9. ການຈຳກັດຄວາມຮັບຜິດ
9.1 “ບຼູດອດ” ຈະບໍ່ຮັບຜິດສຳລັບຄ່າເສຍຫາຍທີ່ເກິດຈາກອຸບັດຕິເຫດ ການປະມາດ ຫຼື ເຫດສຸດວິໄສ ແລະ ຄວາມເສຍຫາຍຕໍ່ຊັບສິນທີ່ກ່ຽວຂ້ອງທີ່ເກິດຊື້ນຈາກການໃຊ້ບໍລິການ
9.2 “ບຼູດອດ” ຈະໃຫ້ບໍລິການຢ່າງເຕັມຄວາມສາມາດ ເພື່ອໃຫ້ຜູ້ຊົມໃຊ້ບໍລິການໄດ້ຮັບການບໍລິການທີ່ພຶງພໍໃຈ ທັງນີ້ຫາກການບໍລິຫານ ເກິດຄວາມຜິດພາດ ລ່າຊ້າ ໄມ່ວ່າຈະເກິດຂື້ນກັບລະບົບຄອມພິວເຕີ ອິນເຕີເນັດ ອຸປະກອນຕ່າງໆ ລວມເຖີງລະບົບອື່ນໆທີ່ກ່ຽວຂ້ອງກັບການໃຫ້ບໍລິການ ແລະບໍ່ວ່າຈະເກິດເຫດໃດ ຜູ້ຊົມໃຊ້ບໍລິການຕົກລົງທີ່ຈະບໍ່ເອົາເຫດດັງກ່າວມາເປັນຂໍ້ຮຽກຮ້ອງຄ່າເສຍຫາຍຈາກ “ບຼູດອດ”
9.3 “ບຼູດອດ” ຂໍຮັກສາສິດໃນການຮັບຜິດຊອບ ຕາມຂໍ້ກົດໝາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນ ຫຼື ກົດໝາຍອື່ນໆກໍ່ຕາມ ທີ່ມາຈາກການທີ່ຜູ້ຊົມໃຊ້ບໍລິການປົກປິດຂໍ້ມູນ ຫຼື ໃຫ້ຂໍ້ມູນບໍ່ຖືກຕ້ອງ ຫາກຜູ້ຊົມໃຊ້ບໍລິການປົກປິດຂໍ້ມູນ ຫຼື ໃຫ້ຂໍ້ມູນບໍ່ຖືກຕ້ອງ ຜູ້ໃຊ້ບໍລິການຈະຕ້ອງຮັບຜິດຊອບໃນຄວາມເສຍຫາຍທີ່ເກິດຂື້ນກັບ “ບຼູດອດ” ແລະ/ຫຼື ບຸກຄົນພາຍນອກທັງໝົດ
10. ກົດໝາຍທີ່ບັງຄັບໃຊ້
ຂໍ້ຕົກລົງແລະເງື່ອນໄຂການບໍລິການດັງກ່າວນີ້ ໃຫ້ໃຊ້ບັງຄັບຕາມກົດໝາຍ ຂອງ ສປປ ລາວ
11. ການຕິດຕໍ່
ການຕິດຕໍ່ສື່ສານສາມາດຕິດຕໍ່ໄດ້ທາງເວັບໄຊຂອງບໍລິສັດ https://bluedotlaos.la ຫຼືອີເມວ evse_crm@laothani.com